PVS Consultancy and Auditing Company Limited

PVS Consultancy and Auditing Company Limited

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from PVS Consultancy and Auditing Company Limited, Accountant, Vientiane.

ໃຫ້ບໍລິການທາງດ້ານທີ່ປຶກສາບັນຊີ, ອາກອນ, ກວດສອບ, ສ້າງຕັ້ງ ແລະ ດໍາເນີນທຸລະກິດ
Provide service on accounting, Tax, auditing, handling business incorporation and licensing

01/06/2026

👧👦ຊົມເຊີຍວັນເດັກນ້ອຍສາກົນ 1 ມິຖຸນາ!

ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ ຂໍສົ່ງຄວາມຮັກ, ຄວາມອົບອຸ່ນ ແລະ ຄວາມປາດຖະໜາດີອັນປະເສີດ ມາຍັງນ້ອງນ້ອຍເຍົາວະຊົນ ແລະ ເດັກນ້ອຍທຸກໆຄົນ.

ເດັກນ້ອຍໃນມື້ນີ້ ຄືອະນາຄົດທີ່ສົດໃສ ແລະ ເປັນກຳລັງແຮງທີ່ສຳຄັນຂອງຊາດໃນມື້ໜ້າ. ໃນມື້ທີ່ພິເສດນີ້ ທາງບໍລິສັດຂອງພວກເຮົາ ຂໍອວຍພອນໄຊໃຫ້ຫຼານນ້ອຍທຸກຄົນ:

ຈົ່ງມີແຕ່ຄວາມສຸກ, ເບີກບານມ່ວນຊື່ນສົມໄວ ແລະ ມີສຸຂະພາບພະລານາໄມທີ່ແຂງແຮງ.

ເປັນເດັກດີຂອງພໍ່ແມ່, ເປັນລູກສິດທີ່ດີຂອງຄູອາຈານ.

ຕັ້ງໃຈສຶກສາຮໍ່າຮຽນ ແລະ ເຕີບໃຫຍ່ກາຍເປັນຊັບພະຍາກອນບຸກຄົນທີ່ມີຄຸນນະພາບ ເພື່ອເປັນເສົາຄ້ຳໃນການພັດທະນາປະເທດຊາດໃນອະນາຄົດ.

ດ້ວຍຄວາມຮັກແພງ ແລະ ປາດຖະໜາດີຢ່າງເລິກເຊິ່ງ,

ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ

17/05/2026

📢 ປະກາດຮັບສະໝັກນັກສຶກສາຝຶກງານ (ໄລຍະພັກຮຽນ)

ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ (PVS Consultancy and Auditing Co., Ltd) ຍິນດີຕ້ອນຮັບນ້ອງໆນັກສຶກສາ ທີ່ຕ້ອງການຫາປະສົບການເຮັດວຽກຕົວຈິງໃນໄລຍະພັກຮຽນ ເພື່ອເຂົ້າມາຮ່ວມຝຶກງານ ແລະ ພັດທະນາທັກສະນຳທີມງານມືອາຊີບຂອງພວກເຮົາ!

📌 ເງື່ອນໄຂຜູ້ສະໝັກ:

💙 ກຳລັງສຶກສາໃນສາຂາວິຊາທີ່ຕິດພັນກັບ ບັນຊີ-ການເງິນ

💙 ກຳລັງສຶກສາຢູ່ຊັ້ນ ປີທີ 2 ຂຶ້ນໄປ

📁 ເອກະສານປະກອບການສະໝັກ:

💙 ສຳເນົາບັດນັກສຶກສາ

💙 ໜັງສືຢັ້ງຢືນ (ໜັງສືສະເໜີຂໍຝຶກງານ) ຈາກສະຖາບັນການສຶກສາ

💙 ສຳເນົາບັດປະຈຳຕົວ

📍ທີ່ຕັ້ງຫ້ອງການ:
ອາຄານຕະຫຼາດທົ່ງຂັນຄໍາ ຊັ້ນ 3, ບ້ານທົ່ງຂັນຄໍາ, ເມືອງ ຈັນທະບູລີ,
ນະຄອນຫຼວງວຽງຈັນ

📞 ຊ່ອງທາງການຕິດຕໍ່ ແລະ ສົ່ງເອກະສານ:
ສາມາດສົ່ງເອກະສານສະໝັກ (File PDF) ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

Email: [email protected]

WhatsApp: +856 20 56 169 911

Website: www.pvs-laos.com

ມາຮ່ວມເປີດປະສົບການ ແລະ ກຽມຄວາມພ້ອມສູ່ການເຮັດວຽກໃນອະນາຄົດໄປນຳກັນ!

16/05/2026

[English Below] ​📊 ໝົດຄວາມກັງວົນເລື່ອງວຽກງານບັນຊີ ແລະ ເອກະສານອາກອນ! 📊

​ໃຫ້ ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບຈໍາກັດ ເປັນຜູ້ຊ່ວຍເຫຼືອທຸລະກິດຂອງທ່ານ ໃຫ້ດໍາເນີນໄປຢ່າງຖືກຕ້ອງ. ພວກເຮົາພ້ອມໃຫ້ບໍລິການດ້ວຍທີມງານມືອາຊີບ ທີ່ມີປະສົບການໂດຍກົງ:

​✨ ບໍລິການຂອງພວກເຮົາ:
1️⃣ ບັນທຶກບັນຊີ ແລະ ສ້າງເອກະສານລາຍງານການເງິນ – ຖືກຕ້ອງ ຕາມມາດຕະຖານ.
2️⃣ ຕໍ່ໃບຢັ້ງຢືນການມອບອາກອນ – ດໍາເນີນການໄວ ບໍ່ຕ້ອງເສຍເວລາ.
3️⃣ ຕໍ່ໃບຕິດຕາມຖືບັນຊີ – ຄົບຖ້ວນ ຖືກຕ້ອງຕາມລະບຽບການ.
4️⃣ ຕໍ່ໃບອະນຸຍາດນໍາໃຊ້ໃບເກັບເງິນອີເລັກໂຕຣນິກ – ຮອງຮັບລະບົບທັນສະໄໝ.

​ບອກລາບັນຫາເອກະສານທີ່ຊັບຊ້ອນ ແລ້ວເອົາເວລາໄປໂຟກັດກັບການຂະຫຍາຍທຸລະກິດຂອງທ່ານ!

​📩 ສົນໃຈຮັບຄໍາປຶກສາ ຫຼື ໃຊ້ບໍລິການ ຕິດຕໍ່ຫາພວກເຮົາໄດ້ທີ່:

📞 ໂທ/WhatsApp: 020 56 169 911
📍 ທີ່ຕັ້ງຫ້ອງການ: ອາຄານຕະຫຼາດທົ່ງຂັນຄໍາ ຊັ້ນ 3, ບ້ານທົ່ງຂັນຄໍາ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
🌐 Website: www.pvs-laos.com
💬 ຫຼື ສົ່ງຂໍ້ຄວາມເຂົ້າ Inbox ເພື່ອສອບຖາມໄດ້ທັນທີ!

📊 Say Goodbye to Accounting and Tax Paperwork Worries! 📊

​Let PVS Consultancy and Auditing Co., Ltd. be your business partner, ensuring your operations are accurate and smooth. Our professional team is ready to serve you with direct expertise:

​✨ Our Services:
​1️⃣ Bookkeeping & Financial Statement Preparation – Accurate and compliant with standards.
​2️⃣ Tax Payment Certificate Renewal – Fast processing to save you time.
​3️⃣ Accounting License Renewal – Complete and compliant with all regulations.
​4️⃣ E-Invoice Authorization Renewal – Supporting modern digital systems.
​Say goodbye to complex paperwork and focus your time on growing your business!

​📩 Interested in a consultation or our services? Contact us at:
​📞 Tel/WhatsApp: +856 20 5616 9911
​📍 Office Location: 3rd floor of Thongkhankham Mall, Thongkhankham Village, Chanthabouly District, Lao PDR
​🌐 Website: www.pvs-laos.com
​💬 Or send a message to our Inbox for an immediate inquiry!

​ #ບໍລິການບັນຊີ #ກວດສອບບັນຊີ #ອາກອນ #ໃບບິນອີເລັກໂຕຣນິກ #ທຸລະກິດລາວ

Photos from PVS Consultancy and Auditing Company Limited's post 15/05/2026

[English below] ມື້ນີ້ ຕົວແທນຈາກ ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ (PVS Consultancy and Auditing Co., Ltd) ໄດ້ເຂົ້າຮ່ວມ "ກອງປະຊຸມສຳມະນາ ກ່ຽວກັບການຕິດຕາມກວດກາ ຂະແໜງການນັກບັນຊີ ແລະ ນັກກວດສອບ" ທີ່ນະຄອນຫຼວງວຽງຈັນ.
​ກອງປະຊຸມສຳຄັນນີ້ ຈັດຂຶ້ນໂດຍ ສຳນັກງານຂໍ້ມູນຂ່າວສານຕ້ານການຟອກເງິນ (AMLIO) ຮ່ວມກັບ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ເຊິ່ງເປັນການອັບເດດຂໍ້ມູນ ແລະ ລະບຽບການໃໝ່ໆ ທີ່ສຳຄັນຕໍ່ວິຊາຊີບຂອງພວກເຮົາ.

​ພວກເຮົາ ພີວີເອັສ ມຸ່ງໝັ້ນພັດທະນາບຸກຄະລາກອນ ແລະ ຍົກລະດັບມາດຕະຖານການເຮັດວຽກຢູ່ສະເໝີ ເພື່ອຮັບປະກັນວ່າລູກຄ້າຂອງພວກເຮົາຈະໄດ້ຮັບການບໍລິການດ້ານບັນຊີ ແລະ ການກວດສອບ ທີ່ຖືກຕ້ອງ, ໂປ່ງໃສ ແລະ ໄດ້ມາດຕະຖານທີ່ສຸດ! 💼✨

PVS Consultancy and Auditing Co., Ltd attended the "Accountants and Auditors Sectors Supervision Workshop" in Vientiane Capital.
​This important event, organized by AMLIO and ILSTA, provided valuable updates on the latest regulatory frameworks and supervision guidelines for our industry.

​At PVS, we are dedicated to continuous professional development and upholding the highest standards in our practice. Staying informed ensures we continue to deliver accurate, transparent, and top-tier accounting and auditing services to our clients! 💼✨
​ຊ່ອງທາງຕິດຕໍ່ / Contact Us:
📞 WhatsApp: +856 20 56 169 911
📧 Email: [email protected]
🌐 Website: www.pvs-laos.com

10/05/2026

ຂອບແນວຄິດການລາຍງານທາງດ້ານການເງິນແມ່ນຫຍັງ?

ແມ່ນຊຸດຂອງມາດຕະຖານ, ກົດລະບຽບ ແລະ ແນວທາງທີ່ນຳໃຊ້ເພື່ອຄວບຄຸມການບັນທຶກ, ການວັດແທກ, ການນຳສະເໜີ ແລະ ການເປີດເຜີຍຂໍ້ມູນໃນເອກະສານລາຍງານການເງິນ.

ລາຍລະອຽດເພີ່ມເຕີມ: https://pvs-laos.com/the-financial-reporting-framework/

What is the Financial Reporting Framework?

The Financial Reporting Framework is a structured set of accounting standards, rules, and guidelines used to govern the recognition, measurement, presentation, and disclosure of information in financial statements.

For more information: https://pvs-laos.com/the-financial-reporting-framework/

Photos from PVS Consultancy and Auditing Company Limited's post 08/05/2026

[English Below] ໃນວັນທີ 05 ພຶດສະພາ 2026 ບໍລິສັດ ພີວີເອັສ ທີ່ປຶກສາ ແລະ ກວດສອບ ຈຳກັດ ໄດ້ຮັບໃບຍ້ອງຍໍຈາກສະພາວິຊາຊີບບັນຊີ ໃນການປະກອບສ່ວນພັນທະສະມາຊິກຢ່າງດີເດັ່ນ.
​ພວກເຮົາພ້ອມແລ້ວທີ່ຈະກ້າວໄປຂ້າງໜ້າດ້ວຍຄວາມເປັນມືອາຊີບ ເພື່ອຮ່ວມສ້າງສັງຄົມວິຊາຊີບບັນຊີລາວໃຫ້ເຕີບໃຫຍ່ ແລະ ຍືນຍົງ.

On 05 May 2026 PVS Consulting and Audit Co., Ltd is proud to be recognized by the LCPAA with a Certificate of Appreciation for our outstanding professional contributions.
​We are dedicated to driving the accounting and auditing industry forward with professionalism and integrity.

#ໃບຍ້ອງຍໍ

29/04/2026

1. ລັກສະນະດ້ານຄຸນະພາບພື້ນຖານ (Fundamental Qualitative Characteristics)
ແມ່ນລັກສະນະທີ່ຂາດບໍ່ໄດ້, ຖ້າຂາດໄປຈະເຮັດໃຫ້ຂໍ້ມູນນັ້ນບໍ່ມີປະໂຫຍດ:

ຄວາມກ່ຽວຂ້ອງກັບການຕັດສິນໃຈ (Relevance): ຂໍ້ມູນຕ້ອງສາມາດເຮັດໃຫ້ຜູ້ໃຊ້ເຫັນຄວາມແຕກຕ່າງໃນການຕັດສິນໃຈ ໂດຍມີຄຸນຄ່າໃນການ ພະຍາກອນ ອະນາຄົດ ຫຼື ຢັ້ງຢືນ ຜົນງານໃນອະດີດ.

ການເປັນຕົວແທນທີ່ຖືກຕ້ອງຕາມຄວາມເປັນຈິງ (Faithful Representation): ຂໍ້ມູນຕ້ອງສະທ້ອນເຖິງເຫດການທາງເສດຖະກິດຢ່າງຊື່ສັດ, ເຊິ່ງປະກອບມີ 3 ອົງປະກອບຄື:

ຄົບຖ້ວນ (Complete): ມີຂໍ້ມູນທັງໝົດທີ່ຈໍາເປັນ.

ເປັນກາງ (Neutral): ບໍ່ມີອະຄະຕິ, ບໍ່ໄດ້ເລືອກສະແດງແຕ່ດ້ານດີ ຫຼື ດ້ານຮ້າຍ.

ປາສະຈາກຂໍ້ຜິດພາດ (Free from error): ບໍ່ມີຂໍ້ຜິດພາດທີ່ສຳຄັນໃນຂະບວນການຈັດທຳ.

2. ລັກສະນະດ້ານຄຸນະພາບເສີມ (Enhancing Qualitative Characteristics)
ແມ່ນລັກສະນະທີ່ຊ່ວຍເພີ່ມຄວາມເຊື່ອໝັ້ນ ແລະ ເຮັດໃຫ້ຂໍ້ມູນມີປະໂຫຍດຫຼາຍຂຶ້ນ:

ຄວາມສາມາດໃນການປຽບທຽບ (Comparability): ຜູ້ໃຊ້ຕ້ອງສາມາດປຽບທຽບລາຍງານການເງິນລະຫວ່າງປີ ຫຼື ປຽບທຽບກັບວິສາຫະກິດອື່ນໄດ້.

ຄວາມສາມາດໃນການພິສູດຢັ້ງຢືນ (Verifiability): ຜູ້ທີ່ມີຄວາມຮູ້ ແລະ ເປັນເອກະລາດ ຫຼາຍໆຄົນເມື່ອເບິ່ງຂໍ້ມູນດຽວກັນແລ້ວ ຄວນຈະມີຄວາມເຫັນກົງກັນວ່າຂໍ້ມູນນັ້ນຖືກຕ້ອງ.

ຄວາມທັນເວລາ (Timeliness): ຂໍ້ມູນຕ້ອງຖືກນຳສະເໜີໃນເວລາທີ່ເໝາະສົມ ເພື່ອໃຫ້ຍັງມີອິດທິພົນຕໍ່ການຕັດສິນໃຈ.

ຄວາມສາມາດໃນການເຂົ້າໃຈໄດ້ (Understandability): ຂໍ້ມູນຕ້ອງຖືກຈັດປະເພດ ແລະ ນຳສະເໜີຢ່າງຈະແຈ້ງ ເພື່ອໃຫ້ຜູ້ທີ່ມີຄວາມຮູ້ດ້ານທຸລະກິດພໍສົມຄວນສາມາດເຂົ້າໃຈໄດ້.

ຂໍ້ຈຳກັດດ້ານຄ່າໃຊ້ຈ່າຍ (The Cost Constraint)
ໃນການຈັດທຳລາຍງານການເງິນ, ມີຫຼັກການສຳຄັນຄື "ຜົນປະໂຫຍດທີ່ໄດ້ຮັບຈາກຂໍ້ມູນ ຕ້ອງຄຸ້ມຄ່າກັບຄ່າໃຊ້ຈ່າຍທີ່ເສຍໄປ" ໃນການເກັບກຳ ແລະ ສ້າງຂໍ້ມູນນັ້ນໆ.

27/04/2026

🩵ການຂໍຄືນເງິນອາກອນມູນຄ່າເພີ່ມສິນເຂົ້າ🩵

ການຂໍຄືນເງິນອາກອນມູນຄ່າເພີ່ມສິນເຂົ້າທີ່ຕິດພັນກັບການສົ່ງອອກສິນຄ້າທີ່ຖືກເສຍອາກອນມູນຄ່າເພີ່ມ ໃນອັດຕາ 0% ຈະເກີດຂຶ້ນໃນກໍລະນີທີ່ພາຍໃນເດືອນເກີດມີອາກອນມູນຄ່າເພີ່ມສິນເຂົ້າຫຼາຍກວ່າອາກອນມູນຄ່າເພີ່ມສິນອອກເທົ່ານັ້ນ.

ວິທີການຂໍຄືນເງິນອາກອນມູນຄ່າເພີ່ມ ແມ່ນໃຫ້ປະກອບຈຳນວນອາກອນມູນຄ່າເພີ່ມສິນເຂົ້າທີ່ມີສິດຂໍຄືນ ຊຶ່ງໄດ້ມາຈາກການເອົາອາກອນມູນຄ່າເພີ່ມສິນເຂົ້າທີ່ສາມາດຫັກໄດ້ທັງໝົດພາຍໃນເດືອນໃນໃບແຈ້ງອາກອນມູນຄ່າເພີ່ມ (ຫ້ອງ 12) ຄູນໃຫ້ຊັດສ່ວນການສົ່ງອອກທີ່ຖືກອັດຕາ 0% ເຂົ້າໃນໃບແຈ້ງອາກອນມູນຄ່າເພີ່ມ (ຫ້ອງ 13)

23/04/2026

📌 ອັບເດດລະບຽບການໃໝ່! ການຂໍຄືນເງິນອາກອນມູນຄ່າເພີ່ມ (VAT) ສຳລັບທຸລະກິດສົ່ງອອກ 🇱🇦
​ກະຊວງການເງິນໄດ້ອອກຄຳແນະນຳສະບັບເລກທີ 1079/ກງ, ລົງວັນທີ 23 ມີນາ 2026 ກ່ຽວກັບການຂໍ ແລະ ການສົ່ງຄືນເງິນອາກອນມູນຄ່າເພີ່ມສົ້ນເຂົ້າ. ຄຳແນະນຳສະບັບນີ້ແມ່ນເນັ້ນໃສ່ກໍລະນີການສົ່ງອອກສິນຄ້າທີ່ຖືກອັດຕາ 0% ແລະ ກໍລະນີທີ່ຫັກບໍ່ໝົດພາຍໃນ 3 ເດືອນ.

​👉 ເງື່ອນໄຂຫຼັກສຳລັບທຸລະກິດທີ່ຈະຂໍຄືນເງິນອາກອນ (VAT) ມີຫຍັງແດ່?

💙 ​ວຽກງານບັນຊີ: ຕ້ອງຖືບັນຊີໃຫ້ຖືກຕ້ອງຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍບັນຊີວິສາຫະກິດ.

💙​ ໃບເກັບເງິນ: ຕ້ອງນຳໃຊ້ໃບເກັບເງິນໃຫ້ຖືກຕ້ອງ ແລະ ຄົບຖ້ວນ ທັງເບື້ອງສົ້ນເຂົ້າ ແລະ ສົ້ນອອກ.

💙 ​ການຊຳລະເງິນ: ການຊຳລະສະສາງໃນການຊື້-ຂາຍແມ່ນຕ້ອງຜ່ານລະບົບທະນາຄານ ຢູ່ ສປປ ລາວ.

💙​ ກຳນົດເວລາ: ຕ້ອງເລີ່ມຫັກ ຫຼື ຂໍຄືນເງິນໃນເດືອນທີ່ເກີດຂຶ້ນ ຫຼື ຊ້າສຸດແມ່ນບໍ່ໃຫ້ເກີນ 3 ເດືອນ.

💙​ ການແຈ້ງມອບອາກອນ: ຕ້ອງແຈ້ງຜ່ານລະບົບ TaxRIS ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ ແລະ ມອບອາກອນຜ່ານລະບົບທະນາຄານ (Easy-Tax) ຫຼື ຢູ່ຄັງເງິນແຫ່ງລັດ.

💙 ​ການກວດກາຢັ້ງຢືນ: ກໍລະນີຫັກບໍ່ໝົດພາຍໃນ 3 ເດືອນ ທຸລະກິດສາມາດຂໍຄືນໄດ້ ແຕ່ຈຳນວນເງິນດັ່ງກ່າວຕ້ອງຜ່ານການກວດກາ ແລະ ມີບົດບັນທຶກຢັ້ງຢືນຈາກເຈົ້າໜ້າທີ່ສ່ວຍສາອາກອນກ່ອນ.

💙 ​ເອກະສານອ້າງອີງ: ຕ້ອງມີສັນຍາຊື້-ຂາຍ ແລະ ມີເອກະສານຢັ້ງຢືນການສົ່ງອອກຈາກຂະແໜງພາສີ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງຖືກຕ້ອງ ແລະ ຄົບຖ້ວນ.

​ຖ້າທ່ານເປັນທຸລະກິດສົ່ງອອກ ຢ່າລືມກວດສອບເງື່ອນໄຂເຫຼົ່ານີ້ເພື່ອຮັກສາສິດທິປະໂຫຍດຂອງອົງກອນ! 📊✨

​📌 NEW UPDATE! VAT Refund Procedures for Export Businesses in Laos 🇱🇦

​The Ministry of Finance has officially issued Instruction No. 1079/MOF, dated March 23, 2026, regarding the request and refund of input Value-Added Tax (VAT). This guideline applies specifically to 0% export cases and input VAT that remains un-deducted within a 3-month timeframe.

​👉 Key Requirements for Businesses to Claim a VAT Refund:

​Accounting Records: Must maintain accurate accounting records in compliance with the Enterprise Accounting Law.

​Invoicing: Must correctly and fully utilize both input and output tax invoices.

​Bank Transactions: All business transactions (purchases and sales) must be settled through the banking system in Lao PDR.

​Timeframe: Deductions or refund claims must commence in the month the input VAT occurs, or within a maximum limit of 3 months.

​Tax Declarations: Taxes must be declared completely and accurately via the TaxRIS system by the 20th of the following month, with payments strictly processed through the banking system (Easy-Tax) or the National Treasury.

​Tax Inspection: If the input VAT is not fully deducted within 3 months, businesses can request a refund, provided the amount has been inspected and certified with a formal memo by the tax authorities.

​Documentation: Must possess valid sales contracts alongside complete export certification documents verified by the customs sector and other relevant authorities.

​Ensure your business stays compliant and makes the most of these tax benefits! 📊✨

Photos from PVS Consultancy and Auditing Company Limited's post 23/01/2026

ສໍາເລັດໂຄງການນັກສຶກສາຝຶກງານ ປະຈໍາເດືອນ 11 ປີ 2025 ເຖິງ 23 ມັງກອນ 2026
ບໍລິສັດ ພວກເຮົາຍັງສືບຕໍ່ຮັບນັກສຶກສາທີ່ສົນໃຈຝຶກງານ ຫຼື ທົດລອງປະຕິບັດງານຕົວຈິງກ່ຽວກັບວຽກງານບັນຊີ

Want your business to be the top-listed Accountant in Vientiane?

Click here to claim your Sponsored Listing.

Location

Category

Telephone

Address


Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00