Z2H trader - Zero to Hero

Z2H trader - Zero to Hero

Share

ວິເຄາະ ກຣາຟ ລາຍວັນ ແລະ ແນວທາງໃນການເທຣດ FOREX , crypto , CFD ທີ່ກ່ຽວກັບກຣາຟ ���

Photos from Z2H trader - Zero to Hero's post 02/07/2022

ຮູບແບບຈຸດກັບໂຕທີ້ແອັດມັກ ແລະ ໃໍຊ້ໄດ້ຜົນດີ ເຊິ່ງອ່ານຈາກໂຄງສ້າງຫລັກ ແລະ ຮອງ ເປັນຂາລົງຊັດເຈນ ເຊິ່ງຜົນປາກົດວ່າເກີນຄາດການ ລາຄາໄດ້ທຸບລົງຢ່າງຫນັກຈາກ ຈຸດເຂົ້າ ຫລື Entry point ແລ້ວທ່ານເດ ມີທ່າເທຣດທີ່ທ່ານຖະຫນັດຫລື ຍັງ

Photos from Z2H trader - Zero to Hero's post 16/06/2022

ທ່າເກົ່າທ່າເດີມອີກແລ້ວ!!!!!
*QM+Demand
*ຈາກ TF H1 ປັບໂຕເປັນເທຣນຂາຂຶ້ນຢ່າງຊັດເຈນ
*ແລະ momentum ຂອງ demand ທີ່ ເບິ່ງອອກໄດ້ຊັດເຈນວ່າແຂງແຮງ
- ຈຸດນີ້ ເຂົ້າໄດ້ໂດຍອ້າງອີງ ຈາກ FTB ເປັນໂຕຄອນເຟີມບໍ່ໄດ້ໃຊ້ ສັນຍານໃດໆ ມາຄອນເຟີມ ກໍຈະເອີ້ນວ່າການເຂົ້າແບບ aggressive ຈຸດ TP ກໍຈະໃຊ້ ຈຸດເຂົ້າ Sell ເປັນເປົ້າ TP
!!! ຕໍ່ໄປມາລຸ້ນ Sell ຫລື Follow buy ຕໍ່ຕ້ອງມາລອງຕິດຕາມກັນອີກຄັ້ງ
ຈັງຫວະນີ້ ຫມູ ເຫັດ ເປັດ ໄກ່ ກໍເອົາໄປກ່ອນ 😅
📌ຍັງມີອີກຫລາຍອໍເດີ້ງາມໆແລ້ວຈະມາທະຍອຍລົງໃຫ້ເປັນເກັດຄວາມຮູ້ ຝາກກົດ like ກົດ share ຫາກຢາກໃຫ້ຫມູ່ເພື່ອນທຸກຄົນໄດ້ເຫັນ ແລະ ບໍ່ພາດສາລະດີໆນຳກັນ😊
😉

19/05/2022

ເທັກນິກທີ່ແອັດໃຊ້ຈະບໍ່ມີຫຍັງຫລາຍ ມີພຽງເທັກນິກພື້ນໆ setup ເດີມໆ .
ການເຂົ້າໂດຍການໃຊ້ pattern ຫລື ຮູບແບບຕ່າທໆ ທັງ follow ແລະ counter ເທຣນ , ໃຊ້ຮູບແບບຊຳ້ໆ (ສ່ວນໃຫຍ່ບໍ່ຈື່ຊື່)
* ການວິເຄາະທິດທາງ ເຊິ່ງມາຈາກເທັກນິກສ່ວນໂຕ (ຍັງບໍ່ທັນມີຊື່)
* Setup ທີ່ມາ ຕາມໂຄງສ້າງ ໂດຍອ້າງອີງຈາກເທຣນ
ເຊິ່ງທຸກຄົນອາດຈະເຄີຍເຫັນ ຫລື ເຄີຍສຶກສາມາກ່ອນ
“ຫົວໃຈຫລັກຂອງເທັກນິກຕ່າງໆນັ້ນ ແອັດ ໃຫ້ຄວາມສຳຄັນກັບເທຣນ ແລະ ການ ວາງ target , ເພາະ ການ ທີ່ເຮົາ ຈະຖືອໍເດີ້ ຈົນຮອດ target ນັ້ນຂ້ອນຂ້າງຈະຍາກ ເນື່ອງຈາກ ສະພາວະ ຕະຫລາດເຂົ້າມາລົບກວນຈິດໃຈ , ເຊິ່ງນັ້ນຄືສິ່ງສຳຄັນອີກຫນຶ່ງທີ່ເພີ່ມເຂົ້າມານັ້ນກໍຄື: mindset ແລະ ການຄັດກອງຈິດຕະວິດທະຍາໃຫ້ສອດຄ່ອງກັບວິທີການເທຣດ.
!!! ສະນັ້ນແລ້ວຫາກໃຜທີ່ຢາກ ຊຳນານກໍຕ້ອງຄົ້ນຫາໂຕເອງໃຫ້ພົບ , ເຝິກຝົນໃຫ້ເກີດຄວາມຫມັ້ນໃຈ ຈາກນັ້ນແລ້ວ ເຮົາຈະພົບຄວາມຊັດເຈນຕ່າງໆ ທີ່ ເກີດ ຂຶ້ນ , ເພາະບໍ່ມີເທັກນິກໃດສັກສິດເທົ່າໂຕເຮົາເອງ
📌 ອາທິດຫນ້າແອັດຈະມາແບ່ງປັນ ເທັກນິກຕ່າງໆ ທີ່ແອັດມັກ ແລະ ໃຊ້ປະຈຳ
‼️ຝາກທຸກຄົນ like, share ແລະ ຕິດຕາມ, ເພຶ່ອບໍ່ພາດຂໍ້ມູນດີໆ

11/05/2022

ມາ Setup ເກົ່າ QM mainpulation ຫລື IQM (inverted QM) ຈາກຝັ່ງ Buy ມາເກັບໄດ້ສັ້ນໆ ໃນໂຊນ QML ເນື່ອງຈາກໂຄງສ້າງຍັງເປັນເທຣນຂາລົງ ເລີຍຍັງຕ້ອງເບິ່ງ Sell ຢ່າງຕໍ່ເນື່ອງ ການສວນເທຣນ ຝັ່ງ Buy ກໍຂ້ອນຂ້າງອັນຕະລາຍ ມາຖ້າ SELL 1860 ຖ້າ ເຮັດສັນຍານ Confirm ໃນ TF ນ້ອຍຈິ່ງສາມາດເຂົ້າໄດ້ຢ່າງປອດໄພ , ຂໍໃຫ້ກຳໄລທຸກຄົນ

02/05/2022

AUDUSD IQM ຫລື QM manipulation ຈຸດນີ້ແອັດຈະບໍ່ເບຶ່ງ buy ເນື່ອງຈາກມີການທຸບລົງມາ ຈາກ Trend ຂາລົງ ເປີດ Order Sell ແລ້ວວາງ Target ຖ້າຈຸດນີ້ບໍ່ຊະນະກໍໄປ ລໍນ້ອງ ທອງໃຫ້ຄຳຕອບ

Photos from Z2H trader - Zero to Hero's post 11/04/2022

Fakeout ຈຸດລາຄາທີ່ນັກລົງທຶນເຈັບໃຈທີ່ສຸດ ໂຊນນີ້ ເບິ່ງເປັນ Qm rare ໃນຫລາຍອົງປະກອບ ມາລວມກັນ ລໍຖ້າສັນຍານກັບໂຕແລ້ວ ຍິງ Sell ໄປເກັບແຖວ 1930-25 ຫາກບໍ່ມີສັນຍານ ອາດໄດ້ ລໍ break ແລະ Follow BUY

Photos from Z2H trader - Zero to Hero's post 31/03/2022

ບໍ່ໄດ້ຫ່າງຫາຍໄປໃສ ແຕ່ໂຟກັ້ສທີ່ການດູແລຫ້ອງແຈກຊິກ ເດືອນນີ້ Winrate ຕຳ່ແຕ່ RR ສູງ ,ກົດ share ໄວ້ ດຽວທິດຫນ້າຈະມາ ແບ່ງປັນວິທີການ ແລະ ຈຸດເຂົ້າ , ພ້ອມກະກຽມເສັງພອດກອງທຶນ 📊🔥
All profits 3299points in march 🔥
(ແຄັບໄວ້ຫລາຍ ລົງບໍ່ຫມົດ)

11/03/2022

ເມຶ່ອ ເຮົາເອງກໍຕ້ອງສຶກສາ ພືດຕິກຳລາຍໃຫຍ່ ເພຶ່ອໃຫ້ໄດ້ປຽບໃນລະດັບຫນຶ່ງບໍ່ວ່າ ມຸມມອງໃດກໍຕ້ອງມີເຫດຜົນຂອງມັນທັງການຂຶ້ນ ແລະ ການລົງ
ມຸມມອງ GBPUSD ອາດໄດ້ເຂົ້າໃນອາທິດນີ້ ຫລື ບໍ່ກໍອາທິດຫນ້າ
ບໍ່ໄດ້ວິເຄາະແນວນີ້ດົນລະມາລັບຄົມກ່ອນ😄

12/02/2022

❌ການ cutloss ແມ່ນການຍອມແພ້ໃຫ້ຕະຫລາດບໍ່?
*ຫລາຍທ່ານອາດຈະເຄີຍ cutloss ມາກ່ອນ ຫລືບໍ່ ກໍປ່ອຍລາກໄປເລີຍຈົນກວ່າຈະກັບມາ ໂດຍຄິດວ່າມັນມີຄວາມເປັນໄປໄດ້ຈະ ກັບມາ ແດນບວກ ຫລື ບໍ່ກໍລົບນ້ອຍລົງ
- ເຊິ່ງສຳຫລັບແອັດ ແລ້ວ ຄິດວ່າການ cutloss ບໍ່ແມ່ນການຍອມແພ້ໃຫ້ຕະຫລາດ ແຕ່ ເປັນການ ຢືນຢັນວ່າເຮົາ ຈະຍອມຮັບວ່າແພ້ຄັ້ງນີ້ ເພຶ່ອຊະນະໃນຄັ້ງຕໍ່ໄປ
- ເຊິ່ງສິ່ງເຫລົ່ານີ້ ເກີດຂຶ້ນຢູ່ ປະຈຳເນື່ອງຈາກຂາດການບໍລິຫານຈາກໂຕເທຣດເດີ້ ເອງ ບໍ່ມີ ແຜນທີ່ຊັດເຈນ ,SL(stoploss) ຈຸດທີ່ຍອມຂາດທຶນທີ່ບໍ່ເຈນ ແລະ ຂາດການຄຳນຶງເຖິງຜົນເສຍຫາຍມີ່ຕາມມາ
“ ສະນັ້ນແລ້ວ ຢາກຝາກ ເຕືອນທຸກຄົນວ່າ ທຸກຄັ້ງທີ່ອອກອໍເດີ້ ຕ້ອງ ຄຳນຶງເຖິງຜົນເສຍທີ່ ຕາມມາ ກ້າທີ່ຈະຍອມຮັບ Stoploss, Stoploss ບໍ່ແມ່ນ ຂໍ້ເສຍ ແຕ່ການບໍ່ມີ stoploss ຕ່າງຫາກຄືຂໍ້ເສຍ ແລະ ກ້າທີ່ຈະ cut ເມຶ່ອຖືກລາກ ເພຶ່ອໃຫ້ ເຮົາຍັງສາມາດລຸກຂຶ້ນໄດ້ຢ່າງມີສະຕິ

ຂໍເລົ່າປະສົບການ ຂອງແອັດໃນຄັ້ງຫນຶ່ງ : ເຄີຍ ຖືກລາກຫລາຍສຸດ 50% ຂອງພອດ ທຸກຄົນຄິດວ່າຫລາຍແມ່ນບໍ່, ແຕ່ ກ່ອນຫນ້ານັ້ນ ມີ Stoploss ທີ່ 7-10% ແລ້ວໄດ້ ເອົາ stoploss ນັ້ນອອກ ເພຶ່ອຕ້ອງການຖືກລາກ ແຕ່ສະຖານະການບໍ່ດີ ເລີຍເຮັດໃຫ້ຖືກລາກ -50% ໃນເວລາຕໍ່ມາ ໃນຕອນນັ້ນແອັດຄິດວ່າຄວນ cut ເພຶ່ອຫາຈຸດເຂົ້າໃຫມ່ໃນການແກ້ສະຖານະການ ຕັດສິນໃຈແບບນັ້ນເລີຍ cut ແລະ ໃນເວລາຕໍ່ມາ ເກີດ ລາຄາໄປໃກກ່ອນເກົ່າ ຖ້າບໍ່ຕັດສິນໃຈໃນຕອນ -50% ນັ້ນເລີຍ ກໍຈະເຮັດໃຫ້ ພອດລົບ -80% ຫລືບໍ່ກໍແຕກໃນທັນທີ ແລະ ໃນເວລາຕໍ່ມາກໍສາມາດ ແກ້ພອດກັບມາບວກໄດ້ +70%
*ສຸດທ້າຍນີ້ ຢາກຝາກ ທຸກຄົນ ໃຫ້ ເຂົ້າໃຈຖຶງກົນໄກ, ປັບແກ້ ເພຶ່ອບໍ່ໃຫ້ເກີດຄວາມເສຍຫາຍ ແລະ ຜິດພາດ ຊຳ້ໆ, ເພາະ ການເປັນ trader ຫລື ນັກເກັງກຳໄລ ຕ້ອງຜ່ານຂະບວນການຄິດ ຢ່າງຖືກຕ້ອງ ເພຶ່ອໃຫ້ປະສົຍຜົນສຳເລັດ
ຈາກ: Z2H admin Arlang
ຮູບພາບຈາກ internet

Photos from Z2H trader - Zero to Hero's post 11/02/2022

📊📈📉ອົງປະກອບຄົບຖ້ວນ ລາຄາງາມ ບໍລິຫານດີ ທົນໄດ້ ຊະນະຕະຫລາດໄປກວ່າ ເຄິ່ງ ທີ່ເຫຼຶອປ່ອຍໃຫ້ຕະຫລາດເປັນໂຕຕັດສິນ GBP ງາມທຸກຄູ່ອາທິດນີ້ ພັກຜ່ອນໄດ້ 🥰

Want your business to be the top-listed Accountant in Vientiane?

Click here to claim your Sponsored Listing.

Location

Website

Address


Vientiane