13/07/2023
ການປັບຂື້ນ ຫຼື ລົງ ຂອງ ອັດຕາແລກປ່ຽນເປັນປັດໄຈສຳຄັນທີ່ສົ່ງຜົນນຕໍ່ການປ່ຽນແປງຂອງລາຄານ້ຳມັນໂລກ ເນື່ອງຈາກນ້ຳມັນເປັນສິນຄ້າທີ່ຊື້-ຂາຍກັນທົ່ວໂລກ ແລະ ລາຄານ້ຳມັນຖືກກຳນົດໂດຍການຊື້-ຂາຍໃນຕະຫຼາດສິນຄ້າທີ່ເຊື່ອມໂຍງກັບອັດຕາແລກປ່ຽນ ຖ້າຫາກມີການປັບຂື້ນ ຫຼື ລົງ ຂອງອັດຕາແລກປ່ຽນຈະເຮັດໃຫ້ເງິນຕາ ຂອງປະເທດທີ່ຜະລິດນ້ຳມັນປ່ຽນໄປ ແລະ ລາຄານ້ຳມັນບາງເທື່ອຈະຂື້ນ ຫຼືລົງຕາມອັດຕາແລກປ່ຽນ ຂອງ ສະກຸນເງິນ. ນອກຈາກນີ້ການປັບຂື້ນ ຫຼື ລົງ ຂອງ ອັດຕາແລກປ່ຽນຍັງສາມາດສົ່ງຜົນຕໍ່ຄວາມສົມດູນຂອງການຄ້າລະຫວ່າງປະເທດ ແລະ ການເງິນຂອງປະເທດ ເຮັດໃຫ້ເກີດຜົນກະທົບຕໍ່ການຊື້-ຂາຍນ້ຳມັນໃນຕະຫຼາດໂລກ ຊື່ງສົ່ງຜົນຕໍ່ການປ່ຽນແປງລາຄານ້ຳມັນຢ່າງຮຸນແຮງອີກດ້ວຍ.
ຂອບໃຈຮູບພາບຈາກ: ລາວພັດທະນາ
09/01/2022
ສຳລັບລາຍຮັບທີ່ທ່ານໄດ້ມາແຕ່ລະເດືອນ: ໃຊ້ຈ່າຍກ່ອນເກັບ ຫຼື ເກັບກ່ອນໃຊ້ຈ່າຍ ແບບໃດທ່ານຄິດວ່າດີກວ່າກັນ ?
ໜື່ງເປົ້າໝາຍທາງການເງິນທີ່ຫຼາຍຄົນມັກຕັ້ງເປົ້າໝາຍໃນຕົ້ນປີກໍ່ຄືການມີເງິນເກັບ ຫຼື ເງິນອອມ ຕາມວັດຖຸປະສົງຂອງໃຜລາວບໍ່ວ່າຈະເປັນເງິນອອມເພື່ອລາຍຈ່າຍສຸກເສີນ, ເງິນອອມເພື່ອລົງທຶນ, ເງິນອອມເພື່ອຊື້ຊັບສິນຕ່າງໆ
ແນວໃດກໍ່ຕາມເຖີ່ງວ່າຫຼາຍຄົນຈະຕັ້ງເປົ້າໝາຍການອອມມາເປັນຢ່າງດີແຕ່ພໍຮອດເວລາປະຕິບັດ ກັບບໍ່ສາມາດອອມເງິນໄດ້ຕາມເປົ້າໝາຍທີ່ຕົນໄດ້ວາງໄວ້
ສາເຫດຫລັກກໍ່ເພາະວ່າຫຼາຍຄົນເລືອກທີ່ຈະອອມເງິນຫລັງຈາກໃຊ້ຈ່າຍໄປແລ້ວ ຕົວຢ່າງງ່າຍໆກໍ່ຄື ເມື່ອໄດ້ຮັບເງິນເດືອນມາກໍ່ມັກຈະໄປໃຊ້ຈ່າຍກ່ອນແລ້ວຄ່ອຍເອົາເງິນສ່ວນທີ່ເຫລືອມາເປັນເງິນອອມ
ທີ່ເປັນແນວນີ້ກໍ່ເພາະຫລັງຈາກການເຮັດວຽກໜັກມາຕະຫລອດໜື່ງເດືອນເຕັມຫຼາຍຄົນຕ້ອງການຜ່ອນຄາຍໃນຮັບແບບຕ່າງໆເຊັ່ນ: ການໄປກິນເຂົ້ານອກບ້ານ, ຊື້ເຄື່ອງໃຊ້ທີ່ຟຸ້ມເຟື່ອຍ ຫຼື ການຊຸມແຊວສັງສັນຕ່າງໆ ລ້ວນແລ້ວແຕ່ຕ້ອງໃຊ້ເງິນທັ້ງນັ້ນ, ສະຫລຸບຄືການໃຊ້ຈ່າຍເງິນແບບບໍ່ຮູ້ໂຕຈົນເກີດບັນຫາບໍ່ສາມາດເກັບອອມເງິນໄດ້ຕາມທີ່ໄດ້ຕັ້ງໃຈ ຫຼືອາດຈະບໍ່ມເງິນອອມເລີຍໃນບາງເດືອນ
ຮູ້ແນວນີ້ແລ້ວ "ໃຊ້ຈ່າຍກ່ອນເກັບອອມ" ຄືຊິບໍ່ແມ່ນວິທີທີ່ດີສຳລັບການອອມຢ່າງແນ່ນອນ. ຄຳຖາມຄື ແລ້ວວິທີໃດຈະຊ່ວຍໃຫ້ເຮົາອອມເງິນຕາມເປົ້າໝາຍທີ່ຕັ້ງໄວ້ໄດ້ແດ່ ?
ເລີ່ມຕົ້ນງ່າຍໆດ້ວຍການປັບພຶດຕິກຳການເງິນດ້ວຍວິທີ "ເກັບອອມກ່ອນໃຊ້ຈ່າຍ" ເວົ້າງ່າຍໆກໍ່ຄືເມື່ອໄດ້ຮັບເງິນເດືອນມາທົດລອງຫັກເງິນອອມໄວ້ກ່ອນຈາກນັ້ນຄ່ອຍເອົາເງິນສ່ວນທີ່ເຫລືອມາໃຊ້ຈ່າຍຕ່າງໆໃນຊີວິດປະຈຳວັນ. ໂດຍເຮົາສາມາດກຳນົດເປັນສັດສ່ວນເງິນທີ່ຈະອອມຕົວຢ່າງ 10%-20% ຂອງເງິນເດືອນໂດຍຈະເຮັດແນວນີ້ເປັນປະຈຳທຸກໆເດືອນສະສົມໄປເລື້ອຍໆ
ອີກຢ່າງໜື່ງທີ່ສຳຄັນຄືການແຍກບັນຊີເງິນອອມອອກຈາກບັນຊີໃຊ້ຈ່າຍ, ຫຼາຍຄົນຈື່ງເລືອກໃຊ້ວິທີຫັກເງິນອອມແບບອັດຕະໂນມັດອອກຈາກບັນຊີເງິນເດືອນນັ້ນເລີຍ. ນອກຈາກນີ້ເຮົາຍັງຄວນແຍກບັນຊີເງິນອອກຕາມວັດຖຸປະສົງຕ່າງໆດ້ວຍເຊັນກັນເຊັນ:
- ບັນຊີເງິນອອມເພື່ອລາຍຈ່າຍສຸກເສີນ ຄວນມີເງິນອອມ 6-12 ເທົ່າຂອງລາຍຈ່າຍໃນແຕ່ລະເດືອນ
- ບັນຊີເງິນອອມໄລຍະກາງເຊັ່ນ: ການອອມເງິນເພື່ອຜ່ອນບ້ານ, ຜ່ອນລົດ...
- ບັນຊີເງິນອອມເພື່ອການລົງທຶນເຊັ່ນ: ການລົງທຶນໃນຮຸ້ນສາມັນ, ຮຸ້ນກູ້, ພັນທະບັດລັດຖະບານ ແບບສະເລ່ຍຕົ້ນທຶນ ຫຼື Dollar Cost Average (DCA)
ຖ້າເຮັດໄດ້ຄືແນວນີ້ກໍ່ຈະຊ່ວຍໃຫ້ເຮົາສາມາດອອມເງິນຕາມເປົ້າໝາຍໄດ້ ແລະ ຍັງງ່າຍຕໍ່ການບໍລິຫານຈັດສັນເງິນອອມທີ່ເຮົາສະສົມໄວ້ນຳ
ແລ້ວທ່ານເດ ເລືອກວິທີໃດໃນການອອມເງິນຂອງທ່ານ "ໃຊ້ຈ່າຍກ່ອນເກັບອອມ" ຫຼື "ເກັບອອມກ່ອນໃຊ້ຈ່າຍ"
08/01/2022
ອີງຕາມກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ; ລົງວັນທີ 07 ສິງຫາ 2021
ອັດຕາມູນຄ່າເພິ່ມຈາກ (ເກົ່າ) 10% ມາເປັນ (ໃຫມ່) 7% ແລະ ຈະຖືກຈັດຕັ້ງປະຕິບັດນັບຕັ້ງແຕ່ວັນທີ 01 ມັງກອນ 2022 ເປັນຕົ້ນໄປ ໃນຂະແໜ່ງການ:
- ການນຳເຂົ້າສິນຄ້າ, ການສະໜອງສິນຄ້າ ແລະ ບໍລິການທົ່ວໄປທີ່ຖືກເກັບອາກອນມູນຄ່າເພິ່ມຢູ່ພາຍໃນ ສປປ ລາວ.
- ນຳເຂົ້າແຮ່ທາດ ແລະ ສະໜອງແຮ່ທາດຢູ່ພາຍໃນປະເທດ
- ການນຳໃຊ້ພະລັງານໄຟຟ້າສຳລັບຜູ້ນຳໃຊ້ໄຟຟ້າທົ່ວໄປ, ຜູ້ຜະລິດ ແລະ ຜູ້ຈັດຈຳໜ່າຍພະລັງງານໄຟຟ້າ.
ິດໃຫ້ເປັນ
06/01/2022
ແຈ້ງການ: ການຈັດຕັ້ງປະຕິບັດບາງນະໂຍບາຍ ແລະ ກົນໄກໃໝ່ ຕາມກົດໝາຍປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021.
ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ມີບາງປະເດັນສຳຄັນດັ່ງນີ້:
- ບັນດາຫົວໜ່ວຍທຸລະກິດທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ແມ່ນໃຫ້ເກັບອາກອນມູນຄ່າເພີ່ມ 7% ຕາມກົດໝາຍວ່າດ້ວຍການແກ້ໄຂບາງມາດຕາຂອງກົດໝາຍວ່າດ້ວຍອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021 ແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ. ໃນກໍລະນີທີ ບັນດາວິສາຫະກິດບໍ່ສາມາດປັບປຸງກົນໄກຂອງຕົນຕາມໄລຍະທີ່ກຳນົດໄວ້, ຕ້ອງແຈ້ງໃຫ້ບັນດາຂະແໜງສ່ວຍສາອາກອນທີ່ຕົນຂື້ນກັບພາຍໃນ 1 ເດືອນ ເພື່ອຢັ້ງຢືນ ແລະ ເກັບອາກອນຄືນໃໝ່ຢ່າງຄົບຖ້ວນ.
- ທຸກຫົວໜ່ວຍທຸລະກິດທີ່ມີໃບເກັບອາກອນມູນຄ່າເພີ່ມທີ່ຍັງເຫຼືອ, ຈະຕ້ອງແຈ້ງໃຫ້ຂະແໜງສ່ວຍສາອາກອນ ຢັ້ງຢືນເປັນລາຍລັກອັກສອນເພື່ອນຳໃຊ້ໃນຄັ້ງຕໍ່ໄປ ໂດຍຈະອະນຸຍາດໃຫ້ປ່ຽນຈາກອາກອນມູນຄ່າເພີ່ມ 10% ກາຍເປັນອາກອນມູນຄ່າເພີ່ມ 7% ນຳໃຊ້ກັບໃບເກັບເງິນດັ່ງກ່າວຈົນກວ່າຈະໝົດ ແລະ ອະນຸຍາດໃຫ້ພິມ ຫຼື ຊື້ໄດ້. ໃບແຈ້ງໜີ້ VAT ສະບັບໃໝ່ ເຊິ່ງກຳນົດອັດຕາອາກອນມູນຄ່າເພີ່ມ 7% ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂບາງມາດຕາຂອງກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021.
ທັງນີ້ເບິ່ງຄືວ່າການປະຕິບັດກົດໝາຍດັ່ງກ່າວແມ່ນໃຫ້ເວລາທີ່ສັ້ນພໍສົມຄວນສຳລັບຫົວໜ່ວຍທຸລະກິດ ທີ່ຈະປະຕິບັດຕາມກົດໝາຍດັ່ງກ່າວ, ແນວໃດກໍ່ຂໍໃຫ້ຫົວໜ່ວຍທຸລະກິດສາມາດປັບຕົວ ແລະ ປະຕິບັດກົດໝາຍສະບັບດັ່ງກ່າວຢ່າງຄົບຖ້ວນ
06/01/2022
CBDC ສະກຸນເງິນດິຈິຕອລແຫ່ງຊາດ ທີ່ຈະມາປ່ຽນແປງລະບົບການເງິນໃນອະນາຄົດ.
CBDC ຫຍໍ້ມາຈາກ Central Bank Digital Currency ເປັນສະກຸນເງິນດິຈິຕອລທີ່ອອກໂດຍທະນາຄານກາງ ຊື່ງສະກຸນເງິນດິຈິຕອລນີ້ຈະຖືກໃຊ້ເປັນຕົວກາງໃນການແລກປ່ຽນທີ່ສາມາດເປັນຕົວແທນຂອງເງິນໄດ້ ໂດຍເງິນດິຈິຕອລນີ້ສາມາດພັດທະນາ ແລະ ເພິ່ມປະສິດທິພາບຈາກການນຳ Blockchain Technology ເຂົ້າມາໃຊ້ຍ້ອນວ່າທັງມີຄວາມປອດໄພ ແລະ ວ່ອງໄວ ພ້ອມທັງທະນາຄານກາງຍັງສາມາດທີ່ຈະເກັບຂໍ້ມູນທຸລະກຳທາງການເງິນໄດ້ທັງໝົດອີກດ້ວຍ ຊື່ງອາດຈະເຮັດໃຫ້ ນະໂຍບາຍທາງດ້ານການເງິນທີ່ອອກໂດຍທະນາຄານກາງເອງນັ້ນມີປະສິດທິພາບຫລາຍຂື້ນເພາະວ່າຂໍ້ມູນທຸລະກຳການເງິນໝູນວຽນທີ່ຢູ່ໃນລະບົບນັ້ນໄດ້ຖືກຈັດເກັບໂດຍກົງເຮັດໃຫ້ມີຂໍ້ມູນທີ່ລະອຽດຫລາຍຂື້ນກວ່າເກົ່າ ໃນການນຳໄປວິເຄາະ ແລະ ສ້າງນະໂຍບາຍຕ່າງໆ
ໂດຍທົ່ວໄປແລ້ວ CBDC ນັ້ນເກີດຂື້ນມາເພື່ອການເຮັດທຸລະກຳລະຫວ່າງທະນາຄານດ້ວຍກັນເອງ ຫຼື ການໂອນແບບ Cross-border Payment (ໂອນລະຫວ່າງປະເທດ) ໂດຍໃນຕອນທຳອິດນັ້ນ CBDC ມີຕົ້ນທຶນທີ່ຂ້ອນຂ້າງຈະສູງຈື່ງເຮັດການໃຊ້ງານຖືກຈຳກັດໄວ້ພຽງແຕ່ການໃຊ້ລະຫວ່າງທະນາຄານ ແຕ່ການມາຂອງ Blockchain Technology ນັ້ນເຮັດໃຫ້ຕົ້ນທຶນຖືກລົງຫຼາຍ ແລະ ເຮັດໃຫ້ສາມາດຂະຫຍາຍໄປຮອດບຸກຄົນທົ່ວໄປກໍ່ສາມາດເຂົ້າຮອດ ແລະ ໃຊ້ງານໄດ້ງ່າຍ
ເປັນຫຍັງ CBDC ຈື່ງມີຄວາມຈຳເປັນ ?
ການເຕີບໃຫຍ່ຂອງສັງຄົມທີ່ບໍ່ໃຊ້ເງິນສົດ (Cashless Society) ນັ້ນມີສ່ວນເຮັດໃຫ້ CBDC ເປັນສິ່ງທີ່ຫນ້າສົນໃຈຫລາຍ ຈະເປັນແນວໃດຫາກຜູ້ຄົນສາມາດໂອນເງິນຫາກັນໄດ້ຢ່າງວ່ອງໄວຂື້ນ ປອດໄພຫຼາຍຂື້ນ ໃຫ້ເຮົາລອງຈິນຕະນາການວ່າໃນອະນາຄົດຫາກເຮົາເດີນທາງໄປທ່ຽວຕ່າງປະເທດ ການແລກເງິນອາດຈະບໍ່ຈຳເປັນອີກຕໍ່ໄປ ຫຼືການກົດເງິນຢູ່ຕ່າງປະເທດທີ່ມີຄ່າທຳນຽມສູງ ເພາະການເຮັດທຸລະກຳລະຫວ່າງປະເທດດ້ວຍເທັກໂນໂລຍີ່ເກົ່ານັ້ນມີຕົ້ນທຶນທີ່ສູງ ແຕ່ Blockchain Technology ຈະມາຮັບບົດບາດໃນສ່ວນນີ້ເຮັດໃຫ້ຕົ້ນທຶນຖືກລົງ ແລະ ອາດໝາຍເຖີ່ງຄ່າທຳນຽມທີ່ຖືກລົງອີກດ້ວຍ.
ໃນແວດວົງທຸລະກິດນັ້ນຄວາມວ່ອງໄວໃນການເຮັດທຸລະກຳເປັນສິ່ງທີ່ສຳຄັນຫຼາຍ ຈະເປັນແນວໃດຈາກທີ່ເຈົ້າເຄີຍເຮັດທຸລະກຳລະຫວ່າງປະເທດ ຈາກປະເທດຕົ້ນທາງ ໄປປະເທດປາຍທາງຕ້ອງໃຊ້ເວລາເປັນມື້ (ຍັງບໍ່ນັບລວມວັນພັກ) ທີ່ເຮັດໃຫ້ອາດເສຍໂອກາດຕ່າງໆໄປໄດ້ ຕາມຫຼັກການເສດຖະສາດທົ່ວໄປນັ້ນຕົວແປເລື່ອງເວລາເປັນສິ່ງທີ່ສຳຄັນ ແຕ່ຫາກ CBDC ເກີດຂື້ນໃນ Blockchain Technology ນັ້ນສາມາດເຮັດໃຫ້ສົ່ງເງິນໄປປະເທດປາຍທາງໄດ້ພຽງບໍ່ເທົ່າໃດວິນາທີ ຈະເຮັດໃຫ້ຕົວແປເລື່ອງເວລານັ້ນລົດລົງ ຫຼືອາດຈະໝົດໄປ ຊື່ງກໍ່ຖືເປັນຜົນດີຕໍ່ທຸລະກິດຢ່າງແນ່ນອນ
CBDC ຕ່າງກັນ Cryptocurrency ທົ່ວໄປແນວໃດ ?
Cryptocurrency ທົ່ວໄປເຊັ່ນ: Bitcoin , Ethereum ຫຼືຫຼ່ຽນອື່ນໆ ເຮັດວຽກໃນຮູບແບບ Decentralized ຫຼືການກະຈາຍສູນກາງ ໝາຍຄວາມວ່າອາດມີການເກັງກຳໄລຊື່ງອາດເຮັດໃຫ້ເກີດຄວາມຜັນຜວນຂອງລາຄາ ແຕ່ CBDC ຄືເງິນສະກຸນທີ່ອອກໂດຍທະນາຄານກາງ ຊື່ງໝາຍຄວາມວ່າ CBDC ເຮັດວຽກໃນຮູບແບບ Centralized ຊື່ງແຕກຕ່າງກັບ Cryptocurrency ເກືອບທັງໝົດ CBDC ຖືກຄິດມາເພື່ອເປັນສະກຸນເງິນດິຈິຕອລໃນການໃຊ້ຈ່າຍແລກປ່ຽນ ດັ່ງນັ້ນມູນຄ່າຂອງເງິນນັ້ນຈະຖືກກຳນົດເອົາໄວ້ໃນອັດຕາຄົງທີທົ່ວໄປ.
15/09/2021
ອີງຕາມ IAS 1 ການນຳສະເໜີເອກະສານລາຍງານການເງິນ ຂໍ້ 4 ເອກະສານລາຍງານການເງິນປະກອບມີດັ່ງລຸ່ມນີ້:
1. ໃບລາຍງານຖານະການເງິນ
2. ໃບລາຍງານຜົນການດຳເນີນງານ
3. ໃບລາຍງານສ່ວນປ່ຽນແປງທຶນ
4. ໃບລາຍງານກະແສເງິນສົດ
5. ເອກະສານຊ້ອນທ້າຍ
#ບັນຊີຕ້ອງຮູ້
08/07/2020
ບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ (EDP)ປະກອບທຸລະກິດນໍາເຂົ້າ-ຈຳໜ່າຍນໍ້າມັນເຊື່ອໄຟ ແລະ ໃຫ້ບໍລິການເຊົ່າສາງນໍ້າມັນ ນອກນັ້ນຍັງຈະລົງທຶນໃນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟດ້ວຍລະບົບ Plusma Fusion ເພື່ອເພີ່ມທ່າແຮງໃຫ້ບໍລິສັດໃນອານາຄົດໄດ້ອອກຮຸ້ນ IPO ໃນລາຄາ 490 ກີບຕໍ່ຮຸ້ນ ຊຶ່ງຈະເປີດໃຫ້ຈອງໃນວັນທີ 22 ກໍລະກົດ ຈົນເຖິງ 05 ສິງຫາ 2020
ຊື່ງທ່ານສາມາດເບິ່ງຂໍ້ມູນຕາມໜັງສືຊວນຊື້ຕາມລີ້ງລຸ່ມນີ້:
https://www.bcel-kt.com/files/EDP%20LAO/Prospectus_EDP_LA.pdf
29/05/2020
ຮູບແບບເອກະສານລາຍງານການເງິນ ພ້ອມຜັງບັນຊີ ສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ ປີ2020
ອີງຕາມຂໍ້ຕົກລົງວ່າດ້ວຍການຮັບຮອງ ຮູບແບບເອກະສານລາຍງານການເງິນ ແລະ ຜັງບັນຊີ ສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ ຂອງ ກະຊວງການເງິນສະບັບເລກທີ 0369/ກງ, ລົງວັນທີ 04 ກຸມພາ 2020
ທ່ານສາມາດເບິ່ງແບບຟອມເອກະສານລາຍງານການເງິນ ແລະ ຜັງບັນຊີດັ່ງກ່າວ ດ້ານລຸ່ມນີ້:
(Cr. ເພາະຄວາມຄິດ ສາມາດປ່ຽນຊີວິດໄດ້)
28/05/2020
ປະຈຸບັນວຽກງານ ບັນຊີ-ການເງິນ ຖືເປັນວຽກງານຫນື່ງທີ່ມີຄວາມສຳຄັນຕໍ່ອົງກອນ, ເຊີ່ງເປັນຜູ້ທີ່ຢູ່ເບື້ອງຫລັງ (Back office) ທີ່ມີໜ້າທີ່ໃນການລົງບັນຊີ, ສະຫລຸບຕົວເລກທາງດ້ານບັນຊີເພື່ອໃຫ້ໄດ້ໃບລາຍງານທາງດ້ານການເງິນ ຂອງ ບໍລິສັດ. ຊື່ງບົດລາຍງານການເງິນດັ່ງກ່າວ ສາມາດຕີລາຄາ ຫຼື ສະທ້ອນເຖີ່ງການດຳເນີນງານ ຂອງ ບໍລິສັດໃນໄລຍະຜ່ານມາ ເຊີ່ງສ່ວນໃຫຍ່ແລ້ວຈະເປັນເດືອນ, ເປັນໄຕມາດ, ເປັນປີ (Monthly, Quarterly, Yearly)
ເມື່ອໄດ້ມາເຊີ່ງໃບລາຍງານທາງດ້ານການເງິນແລ້ວ ວຽກຕໍ່ມາທີ່ສຳຄັນບໍ່ແພ້ກັນຄືການວິເຄາະຫງົບການເງິນ (Financial Analysis) ການວິເຄາະຕົວເລກທີ່ໄດ້ມາວ່າມີຈຸດດີ, ຈຸດແຂງ ແລະ ຈຸດອ່ອນ; ຄວນຈະເສີມຂະຫຍາຍຈຸດແຂງຂອງອົງກອນແນວໃດເພື່ອເຮັດໃຫ້ອົງກອນນຳຫນ້າຄູ່ແຂ່ງຂື້ນໄປອີກ ຫຼື ຄວນຈະພັດທະນາຈຸດອ່ອນທີ່ມີແນວໃດເພື່ອໃຫ້ກ່າຍເປັນຈຸດແຂງໃນທີ່ສຸດ ທັ້ງນີ້ກໍ່ເພື່ອເຮັດໃຫ້ອົງກອນເຂັ້ນແຂງ ແລະ ຂະຫຍາຍຕົວຂື້ນໄປເລື້ອຍໆ.
ສະນັ້ນມື້ນີ້ຂ້າພະເຈົ້າ ຂໍອະນຸຍາດນຳສະເໜີ ສ່ວນປະກອບຂອງໃບລາຍງານທາງດ້ານການເງິນ ເພື່ອແລກປ່ຽນຄຳຄິດຄຳເຫັນເຊີ່ງກັນແລະກັນ (ຜິດພາດປະການໃດຂໍໂທດຂໍອະໄພ)
11/05/2020
ຜັງບັນຊີ ວິສາຫະກິດ (ສະບັບປັບປຸງໃໝ່ ປີ 2020) ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈາກ ກົມບັນຊີ (ກະຊວງການເງິນ) ເລີ່ມແຕ່ປີການບັນຊີ 2020 ເປັນຕົ້ນໄປ
ທ່ານສາມາດດາວໂຫລດໄດ້ຕາມລີ້ງນີ້: https://app.box.com/file/663509470989
ເຫັນວ່າໄດ້ມີການຈັດລຽງປະເພດບັນຊີໃຫມ່ ແຕ່ຍັງຄົງຮັກສາໄວ້ 7 ປະເພດບັນຊີແຕ່ 1-7 ຄືເກົ່າ
ການປັບປຸງນີ້ກໍ່ເພື່ອເປັນການສ້າງໃຫ້ມີຄວາມເຂົ້າໃຈງ່າຍ ແລະ ໃຫ້ແທດເຫມາະກັບບັນຊີສາກົນເຂົ້າເທື່ອລະກ້າວ
ລອງສຶກສາເບິ່ງ ແລະ ນຳໄປປັບໃຊ້ໃນອົງກອນຂອງທ່ານໃຫັໄປຕາມຜັງບັນຊີ ຂອງ ກົມບັນຊີ ສະບັບດັ່ງກ່າວນີ້
Box | Login
21/04/2020
ແຈ້ງການສະບັບເລກທີ: 0764/ຫກງ
ລົງວັນທີ: 21 ເມສາ 2020
ເລື່ອງ: ເລື່ອນເວລາສົ່ງເອກະສານລາຍງານການເງິນ ແລະ ລາຍງານຜົນການເຄື່ອນໄຫວວຽກງານປະຈຳປີ 2019
ສາລະສຳຄັນໃນແຈ້ງການສະບັບນີ້ຄື: ຫົວໜ່ວຍຖືບັນຊີວິສາຫະກິດ ແລະ ວິສາຫະກິດ ບັນຊີ ແລະ ກວດສອບ ສາມາດສົ່ງເອກະສານລາຍງານດັ່ງກ່າວຂ້າງເທິ່ງ ໃຫ້ກົມບັນຊີ ຫຼື ຂະແໜ່ງບັນຊີ (ທີ່ຕົນຂື້ນກັບ) ຊ້າສຸດບໍ່ໃຫ້ເກີນວັນທີ 29 ພຶດສະພາ 2020 (ຈາກເດີມຄືວັນທີ 31 ເມສາ 2020)
ຫ້ອງການກະຊວງການເງິນ ຂະຫຍາຍເວລາການສົ່ງບົດລາຍງານການເງິນ ປະຈຳປີ 2019 ຄືແນວນີ້ຫວັງວ່າທຸກໆວິສາຫະກິດຈະມີເວລາໃນການວາງແຜນການສະຫລຸບບົດລາຍງານການເງິນຂື້ນຕື່ມ ເພື່ອໄດ້ມາເຊີ່ງບົດສະຫລຸບທີ່ສົມບູນທີ່ສຸດ (ຕາມສະພາບການທີ່ບໍ່ປົກກະຕິຂອງບ້ານເມືອງ) ແນວໃດກໍ່ຂໍເປັນກຳລັງໃຈຜ່ານຜ່າອຸປະສັກໃນຄັ້ງນີ້ໄປນຳກັນເດີ
16/04/2020
ຖະແຫຼງຂາວປະຈຳວັນທີ 16 ເມສາ 2020